ກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ ຂອງສະຫາພັນແມ່ຍິງ, 4 ບຸກຂອງຊາວໜຸ່ມ ແລະ 5 ເປັນເຈົ້າຂອງກຳມະບານ ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ, ປະຈຳສົກປີ 2024 ໃນຄັ້ງວັນທີ 03/09/2024 ທີ່ຫ້ອງປະຊຸມຊັ້ນ 2 ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ
ໃນຕອນເຊົ້າ ເວລາ 8:40 ນາທີ ຂອງວັນທີ 03/09/2024 ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໄດ້ເປີດກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ ຂອງສະຫາພັນແມ່ຍິງ, 4 ບຸກຂອງຊາວໜຸ່ມ ແລະ 5 ເປັນເຈົ້າຂອງກຳມະບານ ປະຈຳສົກປີ 2024, ໃຫ້ກຽດເປັນປະທານກອງປະຊຸມຄັ້ງນີ້ໂດຍທ່ານ ປທ ຄຳສະຫວ່າງ ສົມບູນຂັນ ຫົວໜ້າອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ພ້ອມທັງພະນັກງານຄູອາຈາານໄດ້ເຂົ້າຮ່ວມທັງໝົດ 74 ສະຫາຍ ຍິງ 35 ສະຫາຍ
ໃນນັ້ນຄະນະວິຊາວິຊາລ້ຽງສັດກໍໄດ້ເຂົ້າຮ່ວມ ຊຶ່ງນຳພາໂດຍທ່ານ ປທ ຂຽວພອນ ພິມະນີວົງ ເຊິ່ງເປັນຄະນະອຳນວຍການຜູ້ຊີ້ນຳຄະນະວິຊາລ້ຽງສັດ, ຫົວໜ້າຄະນະພາກວິຊາ, ຮອງຄະນະ ແລະ ສະມາຊິກໝົດທຸກທ່ານພາຍໃນຄະນະວິຊາ ຈຳນວນທັງໝົດ 7 ສະຫາຍ.
ເນື້ອໃນກອງປະຊຸມ

