ຄະນະວິຊາລ້ຽງສັດ

ຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ຕໍ່ໜ້າອະນຸສອນສະຖານປະທານ ໄກພົມວິຫານ ໃນວັນທີ 28 ພະຈິກ ປີ 2024


 ຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ຕໍ່ໜ້າອະນຸສອນສະຖານປະທານ ໄກພົມວິຫານ
     ໃນຕອນເຊົ້າຂອງ ວັນທີ 28 ພະຈິກ 2024 ຄະນະຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ຕໍ່ໜ້າອະນຸສອນສະຖານປະທານ ໄກພົມວິຫານ ຜູ້ນຳທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ ແລະ ເຂົ້າຮ່ວມພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນທັນວາ ເຊີ່ງພິທີຈັດຂື້ນທີ່ເດີ່ນສະໜາມແດງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ຄຳແດງ ດີວິໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ພ້ອມຄະນະ, ມີຄະນະປະຈຳຊາວໜຸ່ມ, ກຳມະການຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນປາກເຊ, ມີຄູຮັບຜິດຊອບເຍົາວະຊົນທົ່ວນະ ຄອນປາກເຊ ແລະ ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນທັນວາ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. 

   ໃນພິທີຕາງໜ້າໃຫ້ມະຫາຊົນກ້າວໜ້າກໍໄດ້ຜ່ານໃບຄຳຮ້ອງຂໍເຂົ້າເປັນສະມາຊິກເຍົາວະຊົນທັນວາ...ຕໍ່ມາກໍໄດ້ຜ່ານມະຕິຕົກ ລົງຂອງຄະນະປະຈຳພັກແຂວງເລກທີ 737/ຈຂ.ຈສ ລົງວັນທີ 27 ພະຈິກ 2024 ວ່າດ້ວຍການອະນຸມັດໃຫ້ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ຈັດພິທີວາງກະຕ່າດອກໄມ້ ແລະ ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາເຍົາວະຊົນທັນວາ ໃນນັ້ນໄດ້ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ ທັນວາ ຈຳນວນ 813 ນ້ອງ, ຍິງ 418 ນ້ອງ, 
      ຈາກນັ້ນ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳແດງ ດີວິໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ພ້ອມແຂກຖືກເຊີນກໍໄດ້ໃຫ້ກຽດມັດແພແດງໃຫ້ມະຫາຊົນກ້າວໜ້າ. ໃນໂອກາດນີ້ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ຮູ້ວ່າ: ຊາດລາວເຮົາມີມູນເຊື້ອທີ່ອົງອາດກ້າຫານ ແລະ ມີປະຫວັດສາດອັນຍາວນານໃນການເຕົ້າໂຮມຄວາມສາມັກຄີ, ການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດທີ່ສືບທອດກັນມາແຕ່ດຶກດໍາບັນ ແລະ ພັກປະຊາຊົນປະຕິວັດລາວ ຖືກສ້າງຕັ້ງຂຶ້ນໃນວັນທີ 22 ມິນາ 1955, ເພື່ອສືບທອດພາລະກຳປະຫວັດສາດຂອງພັກ. ພັກປະຊາຊົນປະຕິວັດລາວ ໄດ້ສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຂຶ້ນໃນວັນທີ 14 ເມສາ ປີ 1955 ໃສ່ຊື່ວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພັກກ່ໍໄດ້ມອບວຽກງານການຈັດຕັ້ງເຍົາວະຊົນທັນວາ ໃຫ້ແກ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ຮັບຜິດຊອບໂດຍກົງ. 
      

      ກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນອົງການຕົວແທນ ໃຫ້ແກ່ອົງການຈັດຕັ້ງເຍົາວະຊົນທັນວາ ແຕ່ໄວອາຍຸ 6-14 ປີ. ຕໍໍ່ມາໃນວັນທີ 21 ມີນາ 1946 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ພວກຈັກກະພັດຝຣັ່ງໄດ້ເຂົ້າມາຮຸກຮານປະເທດລາວເປັນເທື່ອທີ 2 ພວກມັນໄດ້ຂ້າຟັນລັນແທງປະຊາຊົນລາວ ແລະ ເດັກນ້ອຍລາວຕາຍຢ່າງຫຼວງຫຼາຍ, ພັກກອມມູນິດອິນດູຈີນໄດ້ປຸກລະດົມທຸກກຳລັງແຮງເພື່ອໃຫ້ປະຊາຊົນລາວທຸກທົ່ວໜ້າລຸກຮື້ຂື້ນຕີຕ້ານກັບຈັກກະພັດລ່າເມືອງຂື້ນຝຣັ່ງ. ໃນຂະນະນັ້ນເດັກນ້ອຍລາວຢູ່ແຂວງອັດຕະປື ຈຳນວນ 48 ນ້ອງ ມີຄວາມຄຽດແຄ້ນສູງຕໍ່ຈັກກະພັດຝຣັ່ງຈຶ່ງໄດ້ພ້ອມກັນສະໝັກເຂົ້າເປັນທະຫານ, ພວກນ້ອງໆ ມີອາຍຸພຽງແຕ່ 12-14 ປີ ແຕ່ພັກກອມມູນິດອີນໂດຈີນກໍ່ຮັບເອົາເພື່ອສ້າງເປັນກອງທະຫານສືບທອດ ແລະ ໃສ່ຊື່ກອງວ່າ: ກອງທະຫານນ້ອຍ 48(1) ເພາະມີຈຳນວນ 48 ນ້ອງ. ໂດຍແມ່ນ ທ່ານ ທອງໄຫຼ ກົມມະສິດ ເປັນຫົວໜ້າກອງ. ຄຽງຄູ່ກັບປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວນັ້ນ, ພັກປະຊາຊົນລາວຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມກອງທະຫານນ້ອຍ 48 ໃຫ້ມີນ້ຳໃຈຮັກຊາດຮັກບ້ານເກິີດເມືອງນອນ, ຄຽດແຄ້ນສັດຕູຜູ້ມາຮຸກຮານປະເທດຊາດເຮົາ, ເອົາໃຈໃສ່ຮຽນໜັງສື. ຍາມໃດບໍ່ໄດ້ຍີນສຽງປືນບໍ່ໄດ້ຍິນສຽງຍົນມາຖີ້ມລະເບີດ, ເວລານັ້ນພວກນ້ອງພ້ອມກັນຮຽນໜັງສື, ຍາມໃດມີສຽງຍົນພວກນ້ອງກໍ່ຈັບປືນອອກຍິງຍົນ. ຜ່ານການເຄື່ອນໄຫວໃນໄລຍະຜ່ານມານ້ອງນ້ອຍ 48 ຄົນ ໄດ້ກາຍເປັນຊາວໜຸ່ມ ແລະ ໄດ້ສະໝັກເປັນທະຫານ, ຕຳຫຼວດ ແລະ ພະນັກງານ, ດັ່ງນັ້ນມັນຈຳເປັນຕ້ອງໄດ້ປັບປຸງການຈັດຕັ້ງຄືນ ໃໝ່...ຈາກນັ້ນກໍ່ໄດ້ວາງກະຕ່າດອກໄມ້ ຕໍ່ໜ້າອະນຸສອນສະຖານປະທານໄກສອນ ພົມວິຫານ ດ້ວຍຄວາມເຄົາລົບຮັກສຸດຊຶ້ງ, ຄວາມຮູ້ບຸນຄຸນອັນເລີກເຊີ່ງ, ຄິດຄະນຶກເຖີງ ແລະ ຈົນຈຳລ້ຳລຶກຄຸນງາມຄວາມດີທີ່ຫາອັບປ້ຽບບໍ່ໄດ້. ພາບ,ຂ່າວ ບຸນປອນ ດາລາ

Post a Comment (0)
Previous Post Next Post