ກອງປະຊຸມແລກປ່ຽນບົດຮຽນແລະຮັບແນວພັນພືດ-ສັດ ຈາກສູນຫ້ວຍຊອນຫ້ວຍຊົ້ວ
ໃນຕອນບ່າຍຂອງວັນພຸດ ວັນທີ 24/12/2025 ເວລາ 1:30 ນາທີ ວິທະຍາໄລກະສິກຳ ແລະ ປ່າໄມ້ຈຳປາສັກ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ແລະ ມອບຮັບແນວພັນພືດ- ສັດຈາກສູນຫ້ວຍຊອນ-ຫ້ວຍຊົ້ວ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໃຫ້ກຽດເປັນປະທານຮ່ວມໃນຄັ້ງນີ້ແມ່ນທ່ານ ສຸລິວົງ ໄຊຍະວົງ ອຳ ນວຍການວິທະຍາໄລ ແລະ ທ່ານ ປອ ດວງຕາວັນ ສີສົມບັດ ຫົວໜ້າສູນຫ້ວຍຊອນ-ຫ້ວຍຊົ້ວ ຕ່າງໜ້າພະນັກງານວິຊາການທີ່ກ່ຽວຂ້ອງ, ອາຈານພາຍໃນວິທະຍາໄລ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ
ໃນພິທີ ທ່ານ ສຸລິວົງ ໄຊຍະວົງ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ຈຳ ປາສັກ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການປະຕິບັດໜ້າວຽກໃນໄລຍະຜ່ານມາ ທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງວິທະຍາໄລເພື່ອແລກປ່ຽນແນວຄວາມຄິດລະ ຫວ່າງສອງໜ່ວຍງານໄດ້ຮັບຮູ້ ແລະ ເຂົ້າໃຈ. ພ້ອມດຽວກັນນັ້ນຄະນະອຳນວຍການວິທະຍາໄລມີແບບແຜນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄູອາຈານ ຕະຫຼອດຮອດນັກສຶກສາ ເນັ້ນໜັກທາງດ້ານວິຊາການ ແລະ ການສ້າງລາຍຮັບພາຍໃນວິທະຍາໄລຕິດພັນກັບການຮຽນການສອນ ແລະ ມີເປົ້າໝາຍໃນການຈັດຕັ້ງປະຕິບັດວຽກງານ ແລະ ແຜນຮ່ວມມື, ແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຕໍ່ໜ້າລະຫວ່າງວິທະຍາໄລກະສິກຳ ແລະ ສູນຫ້ວຍຊອນ-ຫ້ວຍຊົ້ວໃຫ້ມີຄວາມຮັດແໜ້ນຂຶ້ນຕື່ມ
ນອກຈາກນີ້, ວິທະຍາໄລກະສິກຳ ແລະ
ປ່າໄມ້ ຈຳປາສັກ ແລະ ສູນຫ້ວຍຊອນ-ຫ້ວຍຊົ້ວ
ຍັງໄດ້ຮ່ວມປຶກສາຫາລືເຖິງແນວທາງການຮ່ວມມືໃນອະນາຄົດ ແລະ
ແລກປ່ຽນຄວາມຄິດເຫັນກັນທາງດ້ານວິຊາການ
ລະຫວ່າງສອງໜ່ວຍງານເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໃຫ້ຮັດແໜ້ນຫຼາຍຍິ່ງຂຶ້ນ.
ພາບ-ຂ່າວ: ອາຈານ ສີຫາ ດວງມາລາ