ຄະນະວິຊາລ້ຽງສັດ ຮ່ວມງານແຫ່ໂຄມໄຟ (ລອຍກະທົງ) ເນື່ອງໃນງານບຸນອອກພັນສາ ທີ່ເທດສະບານນະຄອນປາກເຊ
ໃນຄັ້ງວັນທີ 17/10/2024 ເວລາ 4:30 ນາທີ ຄະນະວິຊາລ້ຽງສັດ ເຂົ້າຮ່ວມງານແຫ່ໂຄມໄຟ (ລອຍກະທົງ) ເນື່ອງໃນງານບຸນອອກພັນສາ ທີ່ເທດສະບານນະຄອນປາກເຊ, ນຳພາໂດຍທ່ານອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ພ້ອມດ້ວຍຄະນະ ແລະ ຄູອາຈານ ນັກສຶກທັງໝົດພາຍໃນວິທະຍາໄລ ຂະບວນແຫ່ ແລະ ບົດຟ້ອນສະແດງພາຍໃນງານ (ລອຍກະທົງ)
ອາຈານ ແລະ ນ້ອງນັກສຶກຜູ້ເຂົ້າຮ່ວມຂະບວນແຫ່ໃນງານ
ຂະບວນແຫ່ແມ່ນເລີ່ມຈາກໂຮງແຮມແມ່ຂອງ ເບື້ອງແຄມຂອງນະຄອນປາກເຊໄປຫາວັດຫຼວງນະຄອນປາກເຊ ໄລຍະທາງ 2.3 ກິໂລແມັດ, ໃນນັ້ນແມ່ນໄດ້ເຂົ້າຮ່ວມຂະບວນແຫ່ຈາກຫຼາຍພາກສ່ວນຫຼາຍອົງການຈັດຕັ້ງພາຍໃນນະຄອນປາກເຊຢ່າງເປັນຂະບວນຟົດຟື້ນ ແລະ ສວຍງາມ. ຫຼັງຈາກນັ້ນ, ຂະບວນແຫ່ແມ່ນໄດ້ຊິ້ນສຸດໃນເວລາ 8:30 ນາທີ ເມື່ອຮອດຈຸດໝາຍຄືວັດຫຼວງນະຄອນປາກ ແລະ ມອບຕົ້ນກາລະພຶກທີ່ເປັນກຳລັງສັດທາຈາກທາງວິທະຍາໄລ ແລະ ບັນດາຄູອາຈານຕະຫຼອດຮອດນັກສຶກສາໝົດທຸກຄົນທີ່ໄດ້ຮ່ວມບໍລິຈາກແດ່ວັດທີ່ນະຄອນປາກເຊຂອງເຮົາ
ອາຈານ ແລະ ນ້ອງນັກສຶກສາ ນຳຕົ້ນ ແລະ ໝາກເບັງເຂົ້້າມອບຖວາຍແດ່ວັດ (ວັດຫຼວງນະຄອນປາກເຊ)


