ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ສະຫຼຸຸບສົກຮຽນ 2023-2024 ແລະ ເປີດສົກຮຽນ 2024-2025
ໃນຕອນເຊົ້າວັນທີ 30 ຕຸລາ 2024 ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸຸບສົກຮຽນ ແລະ ມອບໃບປະກາສະນິຍະບັດ ໃຫ້ນັກສຶກສາ ສົກ 2023 -2024 ໂດຍໃຫ້ກຽດເປັນປະທານຂອງ ຂອງທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງກະສິກຳ - ປ່າໄມ້,ເຂົ້າຮ່ວມມີ ທ່ານ ຄຳ ນິລະວົງ ວ່າການຫົວໜ້າພະແນກກະສິກຳ - ປ່າໄມແຂວງ, ທ່ານ ຄຳສະຫວ່າງ ສົມບູນຂັນ ຜູ້ອຳນວຍການວິທະຍາໄລກະສິກຳ -ປ່າໄມ ຈຳປາສັກ, ທ່ານ ຄຳສອນ ເກດມາລາ ຮອງຫົວໜ້າຫ້ອງວ່າການແຂວງ,ມີຄະນະອຳນວຍການ,ຄູອາຈານ ແລະ ນັກສຶກສາ ພ້ອມດ້ວຍແຂກເຊີນຈາກສະບັນການສຶກສາ,ຂະແໜງການກ່ຽວຂ້ອງພາກລັດ ແລະ ເອກຊົນ, ພໍ່ແມ່ຜູ່ປົກຄອງ ຍາດພີ່ນ້ອງຂອງນັກສືກສາເຂົ້າຮ່ວມ.
ໃນພິທີ ທ່ານ ຄຳສະຫວ່າງ ສົມບູນຂັນ ຜູ້ອຳນວຍການວິທະຍາລກະສິກຳ-ປ່າໄມ້ ຈຳປາສັກ ກ່າວວ່າ:ວິທະຍາໄລກະສິກຳ - ປ່າໄມ້ຈຳປາສັກປະກອບມີຜູ້ອຳນວຍການ 1 ທ່ານ, ຮອງອໍານວຍການ 2 ທ່ານ (ຍິງ 1), ມີ 3 ຫ້ອງການຄື: ຫ້ອງການບໍລິຫານ ແລະ ແຜນການ, ຫ້ອງການພັດທະນາວິຊາການ ແລະ ຫ້ອງການກິດຈະການນັກສຶກ ສາ, ມີ 6 ຄະນະວິຊາຄື: ຄະນະວິຊາປູກຝັງ, ຄະນະວິຊາລ້ຽງສັດ, ຄະນະວິຊາປ່າໄມ້, ຄະນະວິຊາທຸລະກິດກະສິກຳ, ຄະນະວິຊາປະມົງ, ຄະນະວິຊາວິທະຍາສາດດິນ ແລະ ມີ 1 ສູນຄື: ສູນຄົ້ນຄວ້າ ແລະ ຜະລິດກະສິກຳ.
ໃນສົກຮຽນປີ 2023-2024 ມີພະນັກງານ-ລັດຖະກອນ ແລະ ນັກສຶກສາທັງໝົດ 228 ຄົນ ຍິງ 75 ຄົນ ປະກອບ ມີພະນັກງານ-ລັດຖະກອນທັງໝົດ 71 ຄົນ ຍິງ 38 ຄົນ ໃນນັ້ນ: ຊັ້ນປຣິນຍາໂທ 15 ຄົນ ຍິງ 04 ຄົນ, ຊັ້ນປະຣິນຍາຕີ 52 ຄົນ ຍິງ 31 ຄົນ, ຊັ້ນສູງ 04 ຄົນ ຍິງ 03 ຄົນ, ນັກສຶກສາທັງໝົດ 157 ຄົນ ຍິງ 37 ຄົນ ໃນນັ້ນ: ຮຸ່ນທີ 15 ມີທັງ ໝົດ 56 ຄົນ ຍິງ 07 ຄົນ, ຮຸ່ນທີ 14 ມີທັງໝົດ 56 ຄົນ ຍິງ 12 ຄົນ, ຮຸ່ນທີ 13 ມີທັງໝົດ 46 ຄົນ ຍິງ 18 ຄົນ ໄດ້ຮັບໃບປະກາສະນິຍະບັດ ຊັ້ນສູງ ສົກ 2023-2024 ທັງໝົດ 46 ຄົນ ຍິງ 18 . ທ່ານ ຄຳສະຫວ່າງ ສົມບູນຂັນ ຜູ້ອຳນວຍການວິທະຍາລກະສິກຳ -ປ່າໄມ ຈຳປາສັກ ຍັງຍົກໃຫ້ເຫັນຜົນງານການຮຽນການສອນ,ການເຄື່່ອນໄຫວກິດຈະກຳຕົວຈິງຢູ່ສູນທົດລອງ,ການປູກຝັງ,ລ້ຽງສັດ ແລະ ອື່ນໆ ພ້ອມດ້ວຍທິດທາງແຜນການສົກ 2024 -2025 ຕື່ມອີກ.
ໃນພິທີ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງກະສິກຳ - ປ່າໄມ້ ໄດ້ມອບໃບປະກາສະນິຍະບັດໃຫ້ນັກສຶກສາ ແລະ ເປັນກຽດໂອ້ລມ ເພື່ອເປັນທິດທາງ ແນວທາງໃຫນັກສືກສາທີ່ຮຽນຈົບ ໄດ້ນຳເອົາບົດຮຽນທີ່ຈົບ ກໍຄືຄວາມຮູ້ຄວາມສາມາດຂອງຕົນ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ການປະກອບອາຊີບຂອງຕົນເອງ,ຄອບຄົວ,ສັງຄົມກໍຄືປະເທດຊາດ.
ໃນພິທີຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ຄູອາຈານ ທີ່ສອນດີສອນເກັ່ງ,ແລະ ນັກສຶກສາຮຽນດີຮຽນເກັ່ງ ເພືອເປັນການຍ້ອງຍໍຊົມຊົມເຊີຍໃຫ້ກຳລັງໃຈ ຄູອາຈານ ແລະ ນັກສຶກສາ ໄດ້ສືບຕໍ່ເອົາໃຈໃສ່ພັດທະນາລະບົບການຮຽນການສອນໃນຕໍ່ໆໄປ.
ເກດສະໜາ ແກ້ວສຸວັນນະແສງ


