ໂຄງການ ຄສກສ ມອບອຸປະກອນຫ້ອງທົດລອງ ໃຫ້ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ
ໃນຄັ້ງວັນທີ 8 ພະຈິກ 2024 ຜ່ານມານີ້, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໂດຍໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ໃນຮູບແບບການຊ່ວຍເຫຼືອລ້າ ໄດ້ມອບອຸປະກອນຫ້ອງທົດລອງ ໃຫ້ວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ. ພິທີມອບ - ຮັບ ອຸປະກອນຄັ້ງນີ້ ຈັດຂຶ້ນຢູ່ວິທະຍາໄລດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຈໍາປາສັກ, ທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ, ທ່ານ ຄໍາປ້ອງ ວົງພະຈັນ ຫົວໜ້າປະສານງານໂຄງການ ກສກສ ຂັ້ນສູນກາງ, ທ່ານ ເພັດສະໝອນ ຄໍາພູມີ ຫົວໜ້າປະສານງານໂຄງການ ກສກສ ຂັ້ນແຂວງ. ມີຄະນະພັກ - ຄະນະອໍານວຍການ, ພະນັກງານ, ຄູ - ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ ໄດ້ອະທິບາຍກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງພາລະບົດບາດ ຂອງວິທະຍາໄລ ໂດຍເຮັດໜ້າທີ່ເປັນເສນາທິການໃຫ້ຄະນະພັກ - ຂັ້ນເທິງ ດ້ວຍການນໍາພາ - ຊີ້ນໍາວຽກງານພັດທະນາການສຶກສາ, ກໍ່ສ້າງນັກວິຊາການທາງດ້ານຂະແໜງກະສິກຳ - ປ່າໄມ້ ແລະ ພັດທະນາຊົນນະບົດ ເຊິ່ງມີ 3 ຫ້ອງການ, 6 ຄະນະວິຊາ 1 ສູນຄົ້ນຄວ້າ ແລະ ຜະລິດກະສິກຳ, ເຮັດໜ້າທີ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ - ລັດ ທີ່ວາງອອກໃນແຕ່ລະໄລຍະ, ນໍາພາ - ຊີ້ນໍາການເຄື່ອນໄຫວຂອງພະນັກງານ - ລັດຖະຖອນ ໃຫ້ໄດ້ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງແຮງ ເພື່ອໃຫ້ເປັນກຳລັງແຮງສັງລວມ ປະຕິບັດທິດທາງແຜນການ ທີ່ວິທະຍາໄລ ວາງອອກ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວຂອງຫ້ອງທົດລອງ ຂອງວິທະຍ່ໄລ ເຊິ່ງມີທັງຜົນງານດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ທິດທາງແຜນການປັບປຸງພັດທະນາ ຫ້ອງທົດລອງໃນຕໍ່ໜ້າ.
ຕໍ່ມາ, ທ່ານ ເພັດສະໝອນ ຄໍາພູມີ ຫົວໜ້າປະສານງານໂຄງການ ຄສກສ ຂັ້ນແຂວງ ກໍລາຍງານວ່າ: ການມອບອຸປະກອນຫ້ອງທົດລອງ - ວິໄຈ ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ຄັ້ງນີ້ມີ Boris acid, Sodium hydroxide, Potassium sulfate, Copper (II) sulfate ແລະ ອື່ນໆ ລວມມີ 46 ລາຍການ ແມ່ນປະຕິບັດຕາມອົງປະກອບທີ 1 ຂອງໂຄງການ ຄື: ປັບປຸງພື້ນຖານໂຄງລ່າງກະສິກຳ ເພື່ອຕອບສະໜອງການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ ໂດຍຍົກລະດັບ ສູນຄົ້ນຄວ້າ - ສູນພັດທະນາກະສິກຳ ແລະ ໂຄງລ່າງພື້ນຖານດ້ານການກວດກາຄຸນນະພາບ ແລະ ສຸຂານາໄມພືດ ໂດຍສະເພາະແມ່ນສ້າງຄວາມເຂັ້ມແຂງໃຫ້ແກ່ວິທະຍາໄລກະສິກຳ ແລະ ປ່າໄມ້ ດ້ານການຄົ້ນຄ້ວາທົດລອງ, ວຽກງານວິໄຈຕ່າງໆຂອງນັກສຶກສາ, ຄູ - ອາຈານ ແລະ ການບໍລິການຮັບໃຊ້ຊາວກະສິກອນຂອງແຂວງຈຳປາສັກ ແລະ ແຂວງໃກ້ຄຽງ ໂດຍສະເພາະສະມາຊິກກຸ່ມການຜະລິດພືດຜັກ ໃຫ້ບໍລິການກວດກາຄຸນນະພາບດິນ, ສານຕົກຄ້າງ ໃນຜົນຜະລິດ ແລະ ການປັບປຸງຄຸນນະພາບດິນໃຫ້ອຸດົມສົມບູນ ເພື່ອປູກພືດໃຫ້ມີສະມັດຕະພາບຜົນຜະລິດສູງຂຶ້ນ ທັງເປັນຊ່ວຍໃຫ້ຄະນະຄູອາຈານ ແລະ ນັກສຶກສາມີຄວາມຊຳນານງານ ສາມາດນໍາເອົາຄວາມຮູ້, ຄວາມສາມາດ, ປະສົບການໄປນໍາໃຊ້ໃນການດໍາລົງຊີວິດ, ພັດທະນາຫຼັກສູດການຮຽນ-ການສອນ ແລະ ປະກອບອາຊີບຢ່າງມີປະສິດທິຜົນ; ປັບປຸງຫ້ອງທົດລອງ - ວິໄຈດິນໃຫ້ໄດ້ຄຸນນະພາບຮັບປະກັນເຮັດໃຫ້ຂະບວນການຄົ້ນຄ້ວາທິດລອງ, ການກວດກາ - ວິໄຈດິນ ຖືກຕ້ອງຕາມຫຼັກການ ແລະ ມີປະສິດທິພາບ ລວມມູນຄ່າທັງໝົດ 65.777.00 ໂດລາສະຫະລັດ.
ຈາກນັ້ນ, ກໍໄດ້ມອບ - ຮັບ ອຸປະກອນຫ້ອງທົດລອງ, ໃຫ້ກຽດມອບໂດຍ ທ່ານ ຄໍາປ້ອງ ວົງພະຈັນ ຫົວໜ້າປະສານງານໂຄງການ ກສກສ ຂັ້ນສູນກາງ, ຮັບໂດຍ ທ່ານ ຄໍາສະຫວ່າງ ສົມບູນຂັນ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ ໂດຍມີ ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ເພັດສະໝອນ ຄໍາພູມີ ຫົວໜ້າປະສານງານໂຄງການ ກສກສ ຂັ້ນແຂວງ ພ້ອມດ້ວຍຄະນະພັກ - ຄະນະອໍານວຍການ, ພະນັກງານ, ຄູ - ອາຈານ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໂຄງການ ຄສກສ ເປັນໂຄງການໜຶ່ງທີ່ຈະຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດ ກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ 2030 ໃຫ້ປະກົດຜົນເປັນຈິງ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ໃນຮູບແບບການຊ່ວຍເຫຼືອລ້າ ມີເປົ້າໝາຍເພື່ອພັດທະນາວຽກງານດ້ານກະສິກຳ ເປັນຕົ້ນແມ່ນພື້ນຖານໂຄງລ່າງຮັບໃຊ້ການຜະລິດ, ຊຸກຍູ້ໃຫ້ການຜະລິດກະສິກຳທີ່ຫຼາກຫຼາຍຕອບສະໜອງໄດ້ ຕາມຄວາມຕ້ອງການຂອງທ້ອງຕະຫຼາດ, ປັບປຸງພື້ນຖານໂຄງລາງດ້ານກະສິກຳໃຫ້ມີຄວາມທົນທານຕໍ່ສະພາບການປ່ຽນ ແປງທາງດ້ານດິນຟ້າອາກາດ ໃຫ້ຄວາມຊ່ວຍເຫຼືອໃນການສ້າງຄວາມອາດສາມາດກ່ຽວກັບການປຸງແຕ່ງ, ການເກັບຮັກສາ, ການກວດກາຄຸນນະພາບຜົນຜະລິດກະສິກຳ, ສົງເສີມການນໍາໃຊ້ຊີວະພາບ ແລະ ການຜະລິດກະສິກຳອິນຊີ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ກ່ຽວກັບການຜະລິດກະສິກຳທີ່ຕິດພັນກັບ ສະພາບການປ່ຽນແປງທາງດ້ານດິນຟ້າອາກາດ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດກະສິກຳ ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອສົ່ງເສີມການປົກປັກຮັກສາສະພາບແວດລອ້ມ ແລະ ເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການທາງດ້ານທຸລະກິດກະສິກຳ ໃຫ້ມີຄວາມຍືນຍົງ ເຊິ່ງມີໄລຍະເວລາ 6 ປີ (ເລີ່ມແຕ່ປີ 2019 ຫາ 2024) ເນື່ອງຈາກມີການລະບາດຂອງພະຍາດໂຄວິດ19 ໂຄງການໄດ້ຕໍ່ເວລາການຈັດຕັ້ງປະຕິບັດອອກໄປອີກ 18 ເດືອນ, ມູນຄ່າລວມ46.370.000 ໂດລາສະຫະລັດ, ໃນນັ້ນປະກອບມີ ເງິນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຈໍານວນ 40.500.000 ໂດລາສະຫະລັດ, ການປະກອບສ່ວນທຶນສົມທົບສະໜັບສະໜູນທຸລະກິດກະສິກຳ ຈາກຜູ້ປະກອບການທະລະກິດກະສິກຳ ແລະ ຊາວກະສິກອນຂະໜາດນ້ອຍ ຈໍານວນ 5.120.000 ໂດລາສະຫະລັດ ແລະ ການປະກອບສ່ວນທາງດ້ານວັດຖຸຈາກລັດຖະບານ ເຊັ່ນ: ເງິນເດືອນ, ຫ້ອງການ, ໄຟຟ້າ ນໍ້າປະປາ ຄິດເປັນມູນຄ່າ750.000 ໂດລາສະຫະລັດ, ທຶນດັ່ງກ່າວເລັ່ງໃສ່ປັບປຸງຂອດການແຂ່ງຂັນທາງຕ່ອງໂສ້ການຜະລິດເຂົ້າເປັນສິນຄ້າຢູ່ ແຂວງຄໍາມ່ວນ, ສາລະວັນ, ສະຫວັນນະເຂດ; ການຜະລິດພືດຜັກເປັນສິນຄ້າ ຢູ່ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ແຂວງເຊກອງ. ສໍາລັບການຈັດຕັ້ງປະຕິບັດໂຄງການຢູ່ແຂວງ ມີຢູ່ 2 ເມືອງເປົ້າໝາຍ ຄື: ເມືອງປາກຊ່ອງມີ 6 ບ້ານ ຄື: ບ້ານຫ້ວຍເສັດ; ບ້ານກະຕວດ; ບ້ານກອງຕຸ່ນ; ບ້ານລີ່ເຈືອງ; ບ້ານໜອງສູງ ແລະ ບ້ານທົ່ງກາຫຼົງ. ສ່ວນເມືອງສຸຂຸມາ ມີ 14 ບ້ານ ຄື: ບ້ານສຸຂຸມາ, ບ້ານກຸດຕາບູນ, ບ້ານ ດອນຫວາຍ, ບ້ານທາດສາມປາງ, ບ້ານໂນນແດງ, ບ້ານທ່າແສງ, ບ້ານຫຽງ, ບ້ານອຸທຸມ, ບ້ານປຸ່ງແກ້ວ, ບ້ານກົງກວຽນ, ບ້ານດົງຫົວບ້ານ, ບ້ານໂພສີ, ບ້ານປ່າກ້ວຍ ແລະ ບ້ານຫ້ວຍແຫ່. ໂຄງການ ປະກອບມີ 3 ໝາກຜົນຫຼັກ ຄື: ປັບປຸງໂຄງລ່າງດ້ານກະສິກຳ ເພື່ອສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ການສົ່ງເສີມນະວັດຕະກຳກະສິກຳ ແລະ ທຸລະກິດກະສິກຳ ທີ່ເປັນມິດຕໍ່ສິ່ງແວດລອ້ມ; ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຍົກລະດັບທຸລະກິດກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ.
ຂ່າວ-ພາບ: ທູນທອງໃຈ



