ພາກວິຊາວິຊາລ້ຽງສັດ

ກອງປະຊຸມແລກປ່ຽນບົດຮຽນແລະຮັບແນວພັນພືດ-ສັດ ຈາກສູນຫ້ວຍຊອນຫ້ວຍຊົ້ວ 24/12/2025

ກອງປະຊຸມແລກປ່ຽນບົດຮຽນແລະຮັບແນວພັນພືດ-ສັດ ຈາກສູນຫ້ວຍຊອນຫ້ວຍຊົ້ວ

       ໃນຕອນບ່າຍຂອງວັນພຸດ ວັນທີ 24/12/2025 ເວລາ 1:30 ນາທີ ວິທະຍາໄລກະສິກຳ ແລະ ປ່າໄມ້ຈຳປາສັກ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ແລະ ມອບຮັບແນວພັນພືດ- ສັດຈາກສູນຫ້ວຍຊອນ-ຫ້ວຍຊົ້ວ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໃຫ້ກຽດເປັນປະທານຮ່ວມໃນຄັ້ງນີ້ແມ່ນທ່ານ ສຸລິວົງ ໄຊຍະວົງ ອຳ ນວຍການວິທະຍາໄລ ແລະ ທ່ານ ປອ ດວງຕາວັນ ສີສົມບັດ ຫົວໜ້າສູນຫ້ວຍຊອນ-ຫ້ວຍຊົ້ວ ຕ່າງໜ້າພະນັກງານວິຊາການທີ່ກ່ຽວຂ້ອງ, ອາຈານພາຍໃນວິທະຍາໄລ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ 

ໃນພິທີ ທ່ານ ສຸລິວົງ ໄຊຍະວົງ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ຈຳ ປາສັກ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການປະຕິບັດໜ້າວຽກໃນໄລຍະຜ່ານມາ ທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງວິທະຍາໄລເພື່ອແລກປ່ຽນແນວຄວາມຄິດລະ ຫວ່າງສອງໜ່ວຍງານໄດ້ຮັບຮູ້ ແລະ ເຂົ້າໃຈ. ພ້ອມດຽວກັນນັ້ນຄະນະອຳນວຍການວິທະຍາໄລມີແບບແຜນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄູອາຈານ ຕະຫຼອດຮອດນັກສຶກສາ ເນັ້ນໜັກທາງດ້ານວິຊາການ ແລະ ການສ້າງລາຍຮັບພາຍໃນວິທະຍາໄລຕິດພັນກັບການຮຽນການສອນ ແລະ ມີເປົ້າໝາຍໃນການຈັດຕັ້ງປະຕິບັດວຽກງານ ແລະ ແຜນຮ່ວມມື, ແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຕໍ່ໜ້າລະຫວ່າງວິທະຍາໄລກະສິກຳ ແລະ ສູນຫ້ວຍຊອນ-ຫ້ວຍຊົ້ວໃຫ້ມີຄວາມຮັດແໜ້ນຂຶ້ນຕື່ມ



     ໃນພິທີດັ່ງກ່າວ, ທ່ານ ປອ ດວງຕາວັນ ສີສົມບັດ ຫົວໜ້າສູນຫ້ວຍຊອນ-ຫ້ວຍຊົ້ວ ໄດ້ໃຫ້ຄຳຄິດເຫັນປະກອບສ່ວນໃນດ້ານວຽກງານວິຊາການຂອງທາງສູນທີ່ໄດ້ປະຕິບັດໃນໄລຍະຜ່ານມາ ໂດຍສະເພາະວຽກງານບໍລິການດ້ານວິຊາການແລະ ການຜະລິດທັງພືດ ແລະ ສັດ ຕິດພັນກັບການສ້າງລາຍຮັບທີ່ໄດ້ປະສົບຜົນສຳເລັດໃນໄລຍະຜ່ານມາ ເພື່ອແລກປ່ຽນ ແລະ ເປັນແນວທາງໃຫ້ແກ່ວິທະຍາໄລ ນອກຈາກນີ້ ທ່ານ ປອ ດວງຕາວັນ ສີສົມບັດ ຍັງໄດ້ເນັ້ນກ່ຽວກັບການຮ່ວມມືທາງດ້ານວິຊາການລະຫວ່າງສູນຫ້ວຍຊອນ-ຫ້ວຍຊົ້ວ ແລະ ວິທະຍາໄລກະສິກຳ ແລກປ່ຽນສຸ່ມໃສ່ດ້ານການບໍລິການທາງດ້ານວິຊາການ, ດ້ານການຜະລິດ ພືດ ແລະ ສັດ ໂດຍຕິດພັນກັບການຮຽນການສອນ ພ້ອມດຽວກັນນີ້, ທາງສູນຍັງໄດ້ໃຫ້ຄຳແນະນຳຊ່ອງທາງ ທາງດ້ານແຫຼ່ງທຶນທີ່ຈະຊ່ວຍເຫຼືອໃຫ້ແກ່ພະນັກງານຄູອາຈານທີ່ມີຄວາມສົນໃຈຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ແລະ ດ້ານການສຶກສາໂດຍຜ່ານໂຄງການຮ່ວມມືລະຫວ່າງລາວ-ໄທ ທີ່ຂຶ້ນກັບສູນນັ້ນເອງ.


   ນອກຈາກນີ້, ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ແລະ ສູນຫ້ວຍຊອນ-ຫ້ວຍຊົ້ວ ຍັງໄດ້ຮ່ວມປຶກສາຫາລືເຖິງແນວທາງການຮ່ວມມືໃນອະນາຄົດ ແລະ ແລກປ່ຽນຄວາມຄິດເຫັນກັນທາງດ້ານວິຊາການ ລະຫວ່າງສອງໜ່ວຍງານເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໃຫ້ຮັດແໜ້ນຫຼາຍຍິ່ງຂຶ້ນ.

  ໂອກາດນີ້, ທ່ານ ສຸລິວົງ ໄຊຍະວົງ  ອຳນວຍການວິທະຍາໄລຍັງໄດ້ມອບໃບກຽດຕິຄຸນ ແລະ ກະຕ່າຂອງຂວັນເພື່ອເປັນທີ່ລະລຶກໃຫ້ແກ່ສູນ  ແລະ ກ່າວຄຳຂອບໃຈມາຍັງສູນທີ່ໃຫ້ການຊ່ວຍເຫຼືອແກ່ວິທະຍາໄລ, ໃນໂອກາດນີ້ຍັງໄດ້ໃຫ້ຄຳເຫັນໃນການລົງມາຢ້ຽມຢາມຂອງສູນຫ້ວຍຊອນ-ຫ້ວຍຊົ້ວ ຈະຕັ້ງໜ້າຮ່ວມມືແລກປ່ຽນທາງດ້ານວິຊາການລະຫວ່າງສອງໜ່ວຍງານໃຫ້ຫຼາຍຍິ່ງຂຶ້ນ ນອກນັ້ນ, ທ່ານອຳນວຍການວິທະຍາໄລຍັງເນັ້ນໃຫ້ອາຈານທຸກທ່ານພາຍໃນວິທະຍາໄລ ສູ້ຊົນຍົກລະດັບຄວາມຮູ້ຄວາມສາມາດ ແລະ ພັດທະນາດ້ານວິຊາການຕິດພັນກັບການສ້າງລາຍຮັບຕາມທີດທາງແຜນການທີ່ໄດ້ວາງໄວ້ໃຫ້ປະສົບຜົນສຳເລັດເປັນກ້າວໆ.




ພາບ-ຂ່າວ: ອາຈານ ສີຫາ ດວງມາລາ



Post a Comment (0)
Previous Post Next Post