ລັດຖະມົນຕີກະຊວງກະສິກໍາ ແລະ
ສິ່ງແວດລ້ອມ ພົບປະໂອ້ລົມຊີ້ນໍາ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ຈຳປາສັກ
ໃນຕອນບ່າຍວັນທີ 24 ທັນວາ 2025 ທ່ານ ປອ. ລິນຄໍາ
ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວວຽກງານ
ພົບປະໂອ້ລົມຊີ້ນໍາ ພະນັກງານຫຼັກແຫຼ່ງພາຍໃນ ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈຳປາສັກ
ໂດຍການຕ້ອນຮັບຂອງທ່ານ ສຸລິວົງ ໄຊຍະວົງ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້
ຈໍາປາສັກ. ພ້ອມນີ້ກໍມີ ບັນດາຫົວ ໜ້າ-ຮອງຫົວໜ້າກົມ, ຫ້ອງການກະຊວງທີ່ມາຈາກສູນກາງ, ຄະນະອໍານວຍການ, ຄູອາຈານ
ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສຸລິວົງ ໄຊຍະວົງ ຜູ້ອໍານວຍການວິທະຍາໄລກະສິກໍາ ແລະ
ປ່າໄມ້ ຈໍາປາສັກ ໄດ້ລາຍງານໃຫ້ຮູ້ວ່າ: ວິທະຍາ ໄລ ກະສິກໍາ ແລະ ປ່າໄມ້ ຈໍາປາສັກ
ແມ່ນຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາ ລະບົດບາດໃນການກໍ່ສ້າງວິຊາການດ້ານປູກຝັງ-ວິທະຍາສາດດິນ, ລ້ຽງສັດ-ການປະມົງ, ປ່າໄມ້-ສິ່ງແວດລ້ອມ
ແລະ
ທຸລະກິດກະສິກໍາ ໃນລະດັບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ
ບໍລິການວິຊາການດ້ານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ແກ່ນັກຮຽນ, ນັກສຶກສາ, ພະນັກງານ, ຊາວກະສິກອນ ແລະ ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ
ບົນພື້ນຖານ 3 ລັກສະ ນະ ແລະ 5 ຫຼັກມູນຂອງການສຶກສາ
ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອະຊີວະສຶກສາ. ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ
ມີ 7 ຫົວໜ່ວຍ ປະກອບດ້ວຍ: 2 ພະແນກ, 4 ພາກວິຊາ ແລະ 1 ສູນຄົ້ນຄວ້າເຕັກນິກ
ແລະ ຜະລິດກະສິກຳ.
ໃນໂອກາດນີ້ ທ່ານ ສຸລິວົງ
ໄຊຍະວົງ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ
4 ເດືອນຜ່ານມາ ລວມທັງສະພາບການຮຽນການສອນໃນເມື່ອກ່ອນຈົນເຖິງປະຈຸບັນ ຕະ ຫຼອດຮອດທິດທາງແຜນການໃນຕໍ່ໜ້າເພື່ອປັບໃຫ້ແທດເໝາະກັບສະພາບການໃນປະຈຸບັນ
ໂດຍການຫັນປ່ຽນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄູອາຈານ ຕະຫຼອດຮອດນັກສຶກສາ
ເນັ້ນໜັກທາງດ້ານວິຊາການ ແລະ ການສ້າງລາຍຮັບພາຍໃນວິ ທະຍາໄລຕິດພັນກັບການຮຽນການສອນ ແລະ
ມີເປົ້າໝາຍໃນການຈັດຕັ້ງປະຕິບັດວຽກງານ ແລະ ແຜນຮ່ວມມື, ແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຕໍ່ໜ້າທັງພາຍໃນ
ແລະ ຕ່າງປະເທດ.
ເນື່ອງໃນໂອກາດການລົງຢ້ຽມຢາມພົບປະໃນຄັ້ງນີ້
ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ
ໄດ້ໃຫ້ກຽດໂອ້ລົມຊື່ງ ທ່ານ ໄດ້ສະແດງຄວາມຊົມເຊີຍ
ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ
ໂດຍສະເພາະແມ່ນການສ້າງນັກສຶກສາໃຫ້ກາຍເປັນຜູ້ມີຄວາມຮູ້ ຄວາມສາມາດທາງດ້ານວິຊາການ ລວມທັງຜົນງານໃນດ້ານຕ່າງໆ.
ພ້ອມນັ້ນ, ໄດ້ສະເໜີໃຫ້ຜູ້ອໍານວຍການພ້ອມດ້ວຍຄະນະ
ໃຫ້ສືບຕໍ່ປັບປຸງແບບແຜນວິທີການຮຽນ-ການສອນ
ເພື່ອໃຫ້ມີຄວາມແທດເໝາະກັບສະພາບການໃນປັດຈຸບັນ ຕິດພັນກັບການຮ່ວມມືກັບສະຖາບັນການສຶກສາທີ່ກ່ຽວຂ້ອງທັງພາຍໃນ
ແລະ ຕ່າງ ປະເທດໃຫ້ຫຼາຍຂຶ້ນ. ນອກນັ້ນ, ໃນທິດທາງຕໍ່່ໜ້າຍັງໄດ້ເນັ້ນການບໍລິການທາງດ້ານວິຊາການ
ແລະ ໃຫ້ຄວາມຮ່ວມມືກ່ຽວ ກັບໂຄງການຕ່າງໆ ແລະ ໃຫ້ເປັນສູນຝຶກອົບຮົມເປັນສູນກາງ
ໂດຍມີພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກເປັນເງື່ອນໄຂ ທັງນີ້້ກໍເພື່ອເສີມຂະຫຍາຍວຽກງານການຮ່ວມມືກັນ
ແລກປ່ຽນບົດຮຽນ ຮູບແບບໃນການຮຽນ-ການສອນໃນຕໍ່ໜ້າ.
ໂອກາດດັ່ງງກ່າວນີ້ ທ່ານ
ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າຮ່ວມພິທີ ມອບແນວພັນພືດ-ແນວພັນສັດ ທີ່ທາງສູນ
ຫ້ວຍຊອນ-ຫ້ວຍຊົ້ວ ມອບໃຫ້ແກ່ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ ພ້ອມທັງລົງຢ້ຽມຢາມທີ່ພັກສຳງານຕື່ມອີກ.
ພາບ-ຂ່າວ: ອາຈານ ສີຫາ ດວງມາລາ