ພາກວິຊາວິຊາລ້ຽງສັດ

ວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ຮັບແນວພັນພືດຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ

 

ໃນຕອນເຊົ້າຂອງວັນທີ 21/01/2026 ເວລາ 9:30 ນາທີ ວິທະຍາໄລກະສິກຳແລະ ປ່າໄມ້ ຈຳປາສັກ ໃຫ້ກຽດຕ້ອງຮັບ ທ່ານ ນາງ ທອງດາໄລ ແສນມະນີໄຊ ຫົວໜ້າຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ ພະແນກກະສິກຳ ແລະ ສິາງແວດລ້ອມ ແຂວງຈຳປາສັກ ພ້ອມດ້ວຍຄະນະ, ມີທ່ານ ສຸລິວົງ ໄຊຍະວົງ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ, ຄະນະອຳນວຍ ການ ພ້ອມດ້ວຍອາຈານພາຍໃນວິທະຍາໄລເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວນີ້, ທ່ານ ສຸລິວົງ ໄຊຍະວົງ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໄດ້ກ່າວຂອບໃຈຢ່າງລົ້ນເຫຼືອມາຍັງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ທີ່ໃຫ້ການຊ່ວຍເຫຼືອແກ່ວິທະຍາໄລ ມອບແນວພັນພືດ ຈຳນວນ 210 ແນວພັນ ພ້ອມດຽວກັນນັ້ນ, ທ່ານອຳນວຍການວິທະຍາໄລ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດໃນການປະຕິບັດໜ້າວຽກໃນໄລຍະຜ່ານມາ ທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງວິທະຍາໄລເພື່ອແລກປ່ຽນແນວຄວາມຄິດລະຫວ່າງສອງໜ່ວຍງານໄດ້ຮັບຮູ້ ແລະ ເຂົ້າໃຈ. ນອກຈາກນີ້, ທ່ານອຳນວຍການວິທະຍາໄລຍັງມີແບບແຜນພັດທະນາທາງດ້ານການຜະລິດກະສິກຳ ເພື່ອສ້າງລາຍຮັບພາຍໃນວິທະ ຍາໄລຕິດພັນກັບການຮຽນການສອນ, ມີເປົ້າໝາຍໃນການຈັດຕັ້ງປະຕິບັດວຽກງານ ແລະ ເພີ່ມທະວີແຜນຮ່ວມມື-ແລກປ່ຽນຄວາມຮູ້ທາງດ້ານວິຊາການ, ການຝຶກອົບຮົມວຽກງານຕ່າງໆທີ່ກ່ຽວຂ້ອງໃນຕໍ່ໜ້າລະຫວ່າງວິທະຍາໄລ ກັບ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ໃຫ້ມີຄວາມຮັດແໜ້ນຫຼາຍຍິ່ງຂຶ້ນ.

     

ໃນໂອກາດທີ່ມີຄວາມໝາຍສໍາຄັນ ນາງ ທອງດາໄລ ແສນມະນີໄຊ ຫົວໜ້າຂະແໜງສົ່ງເສີມກະສິກໍາ ແລະ ສະຫະກອນ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຊື່ງທ່ານ ໄດ້ສະແດງຄວາມຍິນດີທີ່ໄດ້ມອບແນວພັນພືດ ແລະ ໄດ້ສົ່ງເສີມວິທະ ຍາໄລໃນຄັ້ງນີ້ ຊຶ່ງເປັນໄປຕາມທິດຂອງພະແນກກະສິກໍາ ແລະ ສີ່ງແວດລ້ອມແຂວງ ໃນການເຄື່ອນໄຫວລົງຊຸກຍູ້ການຜະລິດລະ ດູແລ້ງໃຫ້ບັນ ລຸຕາມເປົ້າໝາຍທີ່ວາງໄວ້


      ນອກຈາກນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງວິທະຍາໄລ ໂດຍສະເພາະແມ່ນການການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄູອາຈານ ຕະຫຼອດຮອດນັກສຶກສາ ເນັ້ນໜັກທາງດ້ານວິຊາການ ແລະ ການສ້າງລາຍຮັບພາຍໃນວິທະຍາໄລຕິດພັນກັບການຮຽນການສອນ ລວມທັງທິດທາງແຜນການໃນການພັດທະນາວິທະ ຍາໄລ ໃນຕໍ່ໜ້າ ແລະ ເຫັນຍິນໃນການການພັດທະນາ ແລະ ສ້າງຄວາມຮ່ວມມືລະຫວ່າງພະແນກກະສິກຳ ແລະ ວິທະຍາໄລ ໃຫ້ຫຼາຍຍິ່ງຂຶ້ນ ເພື່ອພັດທະນາດ້ານວິຊາການຕິດພັນກັບການສ້າງລາຍຮັບຕາມທີດທາງແຜນການທີ່ໄດ້ວາງໄວ້ໃຫ້ປະສົບຜົນສຳ ເລັດເປັນກ້າວໆ.

 


Post a Comment (0)
Previous Post Next Post