ໃນຕອນເຊົ້າຂອງວັນຄານ ວັນທີ 13 ມັງກອນ 2026 ເວລາ 08:30 ນາທີ ວິທະຍາໄລກະສິກຳ ແລະ
ປ່າໄມ້ ຈຳປາສັກ ໄດ້ເປີດພິທີປະດັບຫຼຽນກາລະນຶກຄົບຮອບ 50 ປີ
ແລະ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະກາດຮັບພະນັກງານອຸດໜູນບໍານານ
ແລະ ອຸດໜູນເທື່ອດຽວໃຫ້ແກ່ພະນັກງານ-ລັດທະກອນຂອງວິທະຍາໄລ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ
2 ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ໃຫ້ກຽດເປັນປະທານໃນຄັ້ງນີ້ແມ່ນ ຄໍາ ນິລະວົງ
ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ, ມີທ່ານ ສຸລິວົງ
ໄຊຍະວົງ ຄະນະພັກຮາກຖານ ຜູ້ອໍານວຍການ ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານອາວຸໂສບໍານານ, ຄະນະອໍານວຍການ ແລະ ອາຈານພາຍໃນວິທະຍາໄລ
ເຂົ້າຮ່ວມຢ່າງພ້ອມພຽງ

ໃນພິທີທ່ານ ສຸລິວົງ ໄຊຍະວົງ
ຄະນະພັກຮາກຖານ ຜູ້ອໍານວຍການ ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ ໄດ້ກ່າວເປີດ ແລະ ລາຍງານໃຫ້ຮູ້ໂດຍສັງເຂບກ່ຽວກັບ
ສະພາບທີ່ຕັ້ງ ແລະ ພາລະບົດບາດ, ການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງວິທະຍາໄລໃນໄລຍະຜ່ານມາເຖິງປະຈຸບັນ
ລວມທັງສະພາບການຮຽນການສອນໃນປະຈຸບັນ ຕະຫຼອດຮອດທິດທາງແຜນ
ການໃນຕໍ່ໜ້າເພື່ອປັບໃຫ້ແທດເໝາະກັບສະພາບການໃນປະຈຸບັນ ໂດຍການຫັນປ່ຽນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຄູອາຈານ
ຕະຫຼອດຮອດນັກສຶກສາ ເນັ້ນໜັກທາງດ້ານວິຊາການ ແລະ
ການສ້າງລາຍຮັບພາຍໃນວິທະຍາໄລຕິດພັນກັບການຮຽນການສອນ ແລະ ມີເປົ້າໝາຍໃນການຈັດຕັ້ງປະຕິບັດວຽກງານ
ແລະ ແຜນຮ່ວມມືກັບພະແນກການອ້ອມຂ້າງທີ່ກ່ຽວຂ້ອງ ລວມທັງແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຕໍ່ໜ້າທັງພາຍໃນ
ແລະ ຕ່າງປະເທດ ເພື່ອເສີມຂະຫຍາຍວິທະຍາໄລໃຫ້ມີຄວາມເຂັ້ມແຂງ ແລະ
ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດນີ້,
ວິທະຍາໄລກະສິກຳ ແລະ
ປ່າໄມ້ ຈຳປາສັກ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບໍານານ
ຄື: ອະນຸມັດໃຫ້ທ່ານ ນາງ ແສງວິລັດ ທິບພະລັກສາ ຮັບອຸດໜູນບໍານານ,
ລວມອາຍຸກະສຽນ 58
ປີ,
ອາຍຸການ 40
ປີ. ອະນຸມັດໃຫ້ທ່ານ ນາງ ເຍົາວະພາວັນ
ໝື່ນກິດຕິລາດ ຮັບອຸດໜູນບໍານານ ລວມອາຍຸກະສຽນ 60
ປີ,
ອາຍຸການ 38
ປີ. ອະນຸມັດໃຫ້ທ່ານ ນາງ ສໍາລີ
ທອງສີດາມະນີວົງ ຮັບອຸດໜູນບໍານານ ລວມອາຍຸກະສຽນ 59
ປີ,
ອາຍຸການ 38
ປີ. ຜ່ານການຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນເທື່ອດຽວຄື:
ອະນຸມັດໃຫ້ທ່ານ ສົມປອງ ຜາສຸກ ຮັບອຸດໜູນເທື່ອດຽວ ລວມອາຍຸກະສຽນ 36
ປີ,
ອາຍຸການ 8
ປີ.
ໃນພິທີດັ່ງກ່າວ, ໄດ້ມີການມອບ-ຮັບຫຼຽນລະນຶກຄົບຮອບ
50
ປີ ເນື່ອງໃນວັນສະຖາປານາ ສ.ປ.ປ ລາວ ຕາມຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນທີ່ມີຜົນງານ
ແລະ ພະນັກງານບໍານານຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ ຮັບຫຼຽນກາລະນຶກຄົບຮອບ 50
ປີ ຈໍານວນ 42
ທ່ານ,
ຍິງ
17
ທ່ານ.
ໃນພິທີອັນມີຄວາມໝາຍສໍາຄັນ ທ່ານ ຄໍາ ນິລະວົງ
ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ກໍໄດ້ມີຄໍາເຫັນໂອລົມ ຊື່ງທ່ານ
ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະ ເພາະແມ່ນການສ້າງນັກສຶກສາໃຫ້ກາຍເປັນຜູ້ມີຄວາມຮູ້
ຄວາມສາມາດທາງດ້ານວິຊາການ ລວມທັງຜົນງານໃນດ້ານຕ່າງໆທີ່ປະສົບຜົນສຳເລັດໃນໄລຍະຜ່ານມາ
ນອກນີ້, ທ່ານຍັງເນັ້ນໃຫ້ພະນັກງານ-ລັດຖະກອນທຸກທ່ານພາຍໃນວິທະຍາໄລ ສູ້ຊົນ ແລະ ໃຫ້ຄຳຄິດເຫັນໃນດານການພັດທະນາພັດທະນາ
ແລະ ສ້າງຄວາມຮ່ວມມືກັບອົງກອນອ້ອມຂ້າງທີ່ກ່ຽວຂ້ອງ ເພື່ອພັດທະນາດ້ານວິຊາການຕິດພັນກັບການສ້າງລາຍຮັບຕາມທີດທາງແຜນການທີ່ໄດ້ວາງໄວ້ໃຫ້ປະສົບຜົນສຳເລັດເປັນກ້າວໆ.
ໂອກາດນີ້, ທ່ານ ສຸລິວົງ ໄຊຍະວົງ
ອຳນວຍການວິທະຍາໄລຍັງໄດ້ກະຕ່າຂອງຂວັນເພື່ອເປັນທີ່ລະລຶກໃຫ້ແກ່ ທ່ານ ຄໍາ
ນິລະວົງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ທີ່ໃຫ້ກຽດລົງມາມອບຫຼຽນທີ່ລະລຶກຄົບຮອບ
50 ປີ ແລະ ໃຫ້ຄໍາເຫັນໂອລົມ ເພື່ອເປັນເຂັມຊີ້ທິດເຍືອງທາງແກ່ວິທະຍາໄລອີກດ້ວຍ.